ບໍລິສັດ ມະນີຍົມກຣຸບ ມີສຳນັກງານໃຫຍ່ຕັ້ງຢູ່ ຖະໜົນ ທົ່ງຂັນຄຳ,ບ້ານ ທົ່ງຂັນຄຳ,ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.ເຊິ່ງຈົດທະບຽນໃນນຮູບແບບວິສາຫາກິດ ບໍລິສັດຈຳກັດ ດຳເນີນທຸລະກິດ ນຳເຂົ້າ ແລະຈຳໜ່າຍລົດໃຫຍ່ຫລາກຫລາຍປະເພດຫລາຍຍີ່ຫໍ້ ພ້ອມທັງລົດຫລູ ບໍ່ວ່າຈະເປັນລົດເກັງ,ລົດກະບະ,ລົດຈິບລວມເຖິງອຸປະກອນກົນຈັກໜັກຕ່າງໆພ້ອມທັງລົດບັນທຸກ,ລົດຈົກ,ລົດແຄນ...ໂດຍປະຈຸບັນມະນີຍົມຄອງອັນດັບ3 ຂອງຕະຫຼາດລົດໃຫຍ່ໃນ ສປປ ລາວ,ເຊິ່ງປະຈຸບັນນີ້ພະນັກງານທັງໝົດຫລາຍກວ່າ 220ຄົນໂດຍປະກອບມີບໍລິສັດພາຍໃນເຄືອດັ່ງຕໍ່ໄປນີ້: ປະຫວັດຄວາມເປັນມາ ທ່ານ ສຸກສະໝອນ ສີຫາເທບບ (President and CEO) ແລະ ທ່ານນາງ ມະນີຍົມ ສີຫາເທບ ໄດ້ສຳເລັດການສຶກສາລະດັບ ປະລິນຍາຕີ ຈາກ ສສ ຫວຽດນາມ,ໂດຍ ທ່ານ ສຸກສະໝອນ ຈົບໃນສາຂາທະນາຄານການເງິນ ແລະ ທ່ານນາງ ມະນີຍົມ ຈົບໃນສາຂາການຄຸ້ມຄອງເສດຖະກິດ ໃນປີ ຄ.ສ 1992
ໄດ້ເລີ້ມຈາກການເປັນຕົວແທນຂາຍສົ່ງ ແລະ ຂາຍຍ່ອຍສິນຄ້າອຸປະໂພກແລະບໍລິໂພກໃນຊ່ວງເລີ້ມຕົນແມ່ນໄດ້ຮ່ອມເຮັດກັບເອື້ອຍໂດຍໃຊ້ເວລາປະມານ2ປີກ່ອນທີ່ຈະໄດ້ມີການລິເລີ້ມຂະຫຍາຍທຸລະກິດຂອງຕົນເອງໃນປີ 1994 ໂດຍການເປີດຮ້ານສະດວກຊື້ (Minimart) ທີ່ມີຊື່ວ່າ Maningom Minimart ຂື້ນຢູ່ແຖວສີຫອມ ພ້ອມທັງເປັນຕົວແທນຈຳໜ່າຍ (Dealer) ຜະລິດຕະພັນຂອງ ເນສເລ່ (Nestle) ແລະກິດະການດັງກ່າວຖືວ່າມີການຂະຫຍາຍໂຕຢ່າງໄວແລະຕໍ່ເນື່ອງມາຈົນໃນໄລຍະລະຫວາງປີ 1998-2000 ທາງບໍລິສັດກໍ່ໄດ້ເລີ້ມເຂົ້າສູ່ ທຸລະກິດຈຳໜ່າຍລົດເປັນຄັ້ງທຳອິດໂດຍເລີ້ມຈາກການຂາຍລົດມືສອງ 1-2ຄັນເຊິ່ງເປັນລົດມືສອງພາຍໃນປະເທດແລະໃນຂະນະດຽວກັນໃນເວລານັ້ນກໍເປັນຕົວແທນຈຳໜ່າຍໂທສັບມືຖືຈາກ ບໍລິສັດ Lao Telecom ພາຍໃຕ້ຊື່ Maningom Telecom Co., Ltd. ແລະໄດ້ດຳເນີນທຸລະກິດນີ້ມາເຖິ່ງ3ປີ ກ່ອນທີ່ຈະທີ່ຈະຫັນມາໃຫ້ຄວາມສົນໃຈກັບທຸລະກິດລົດໃຫຍ່ຢ່າງຈິງຈັງຈຶ່ງໄດ້ຈົດທະບຽນຢ່າງເປັນທາງການໃນຊື່ Maningom Auto Servic ທີ່ສະໜອງການຊື້ຂາຍລົດມືສອງຫມຸນວຽນຢູ່ຕະຫຼາດພາຍໃນປະເທດ ນອກນັ້ນຍັງໄດ້ສ້າງຕັ້ງບໍລິສັດ Maningom Vehical Rental Co., Ltd. ເຊິ່ງເປັນບໍລິສັດທີ່ຕອບສະຫນອງລົດເຊົ່າ ແລະະດ້ວຍການຂະຫຍາຍຕົວຢ່າງວ່ອງໄວພ້ອມທັງລູກຄ້າເລີ້ມມີຄວາມສົນໃຈໃນລົດໃຫຍ່ຫຼາຍຂຶ້ນ,ໃນປີ 2004 ຈຶ່ງໄດ້ມີການຕັ້ງອີກໜຶ່ງບໍລິສັດຂຶ້ມໃໝ່ຊື່ວ່າ Maningom Auto Group Co., Ltd. ເພື່ອນຳເຂົ້າລົດໃໝ່ ແລະ ລົດຫລູຫລາຈາກຕ່າງປະເທດເພື່ອຕອບສະໜອງກຸ່ມລຄກຄ້າດັງກ່າວ ພ້ອມທັງໄດ້ມີເລີ້ມກໍ່ສ້າງສຳນັກງານ ແລະ ໂຊຣູມລົດ (Luxury Car Showroom) ເພື່ອເປັນຫ້ອງວາງສະແດງແລະຈັດຈຳໜ່າຍທີ່ຖະໜົນ ທົ່ງຂັນຄຳ (ທັງສອງຝາກທອງ) ບ້ານທົງຂັນຄຳ,ເມືອງຈັນທະບູລີ ,ນະຄອນຫຼວງວຽງຈັນ. ແຕ່ດ້ວຍວິໄສທັດ ແລະການບໍ່ຢຸດທີ່ຈະພັດທະນາແບບຕະຫຼອດເວລາຂອງຜູ້ບໍລິຫານທັງສອງທ່ານຈຶ່ງໄດ້ແນມເຫັນໂອກາດໃໝ່ ໃນທຸລະກິດກົນຈັກໜັກ ແລະ ລົດບັນທຸກ ສະນັ້ນໃນປີ 2010 ຈຶ່ງເກີດອີກໜຶ່ງບໍລິສັດ ເພື່ອຮອງຮັບກິດຈະການດ້ານນີ້ໂດຍສະເພາະໃນນາມ ບໍລິສັດ ມະນີຍົມກົນຈັກຫນັກ ແລະກໍ່ສ້າງຈຳກັດ (Maningom Heavy Equipment and Construction Co., Ltd.) ຫລືເອີ້ນສັ້ນໆວ່າ MHC ເຊິ່ງໃນນັ້ນກໍ່ຈະມີ Hyundai ກົນຈັກໜັກຈາກປະເທດເກົາຫລີ ລົດບັນທຸກຫນັກຍີ່ຫໍ້ TaTa-Deawoo ຈາກປະເທດເກົາຫລີອຸປະກອນເສີມສຳລັບກົນຈັກຫນັກຍີ່ຫໍ້Deamo ຈາກປະເທດເກົາຫລີ ເຊຶ່ງຖືວ່າເປັນທາງເລືອກໃຫມ່ສຳລັບບັນດາທຸລະກິດກໍ່ສ້າງ ບໍແຮ່ທີ່ຕ້ອງການກົນຈັກຫນັກ ແລະ ລົດບັນທຸກໄວ້ຮັບໃຊ້ໃນກິດຈະການ ດ້ວຍສີນຄ້າທີ່ໄດ້ມາດຕະຖານ ແລະ ລາຄາເປັນກັນເອງຫລືອາດຈະເວົ້າໄດ້ເລີຍວ່າ MHC ເປັນຜູ້ສ້າງຕະຫຼາດກົນຈັກຫນັກ ແລະ ລົດບັນທຸຂື້ນຢ່າງເຕັມຕົວໃນ ສປປ ລາວ ໂດຍພິສູດໄດ້ຈາກຜົນຕອບຮັບຢ່າງຫລວງຫລາຍ ແລະການຂະຫຍາຍຕົວຢ່າງວ່ອງໄວໃນກິດຈະການດັ່ງກ່າວ. ມາຈົນເຖິງວັນທີ 11/11/11 ເຊິ່ງເປັນມື້ເລີກງານຍາມດີ ທາງບໍລິສັດຈຶ່ງໄດ້ຖືເອົາເປັນມື້ມົງຄຸນເປີດສຳນັກງານ ແລະ ໂຊຣູມການບໍລິການ ພ້ອມທັງອາໄລ່ຄົບວົງຈອນກັບທີມງານມືອາຊີບທີ່ພ້ອມອອກບໍລິການເຖິງສະຖານທີ່ເຮັດວຽກຕົວຈິງຂອງລູກຄ້າທົ່ວປະເທດ ເຊິ່ງຕັ້ງຢູ່ທີາບ້ານນາຄຳ , ຖະໜົນ ອາຊຽນ (T2) ເມືອງສີໂຄດຕະບອງ , ນະຄອນຫລວງວຽງຈັນ. ແລະໃນປະຈຸບັນນີ້ MHC ກໍ່ມີໂຊຣູມທັງໝົດ 8 ແຫ່ງທົ່ວປະເທດດັ່ງນີ້:
ເປັນບໍລິສັດສະໜອງລົດໃຫຍ່ທຸກລະດັບ ແລະ ແລະກົນຈັກຫນັກທີ່ຄົບວົງຈອນເປັນ ອັນດັບ 1 ຂອງ ສປປ ລາວ ດ້ວຍຄວາມພຶງພໍໃຈຂອງລູກຄ້າ ຈາກພະນັກງານທຸກລະດັບທີ່ໃຫ້ບໍລິການ ດ້ວຍຄຸນນະພາບ ແລະ ແລະຄວາມວ່ອງໄວ ກິດຈະກຳແລະການຄືນກຳໄລໃຫ້ສັງຄົມ
ທ້າຍສຸດນິ້ຂ້າພະເຈົ້າພ້ອມດ້ວຍພະນັກງານທຸກຄົນ ຂໍສະແດງຄວາມຂອບອົກຂອບໃຈເເປັນຢ່າງສູງ ແລະຮູ້ບຸນຄຸນມາຍັງບັນດາທ່ານລູກຄ້າຜູ້ມີກຽດທຸກໆທ່ານ ທີ່ໄດ້ໃຫ້ຄວາມເຊື່ອໝັ້ນໃນການບໍລິການຂອງພວກຂ້າພະເຈົ້າກໍ່ຄື ກຸ່ມບໍລິສັດມະນີຍົມ ກຣຸບ. ພວກຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ນຳສະເຫນີສິ່ງດີໆໃໝ່ໆມາໃຫ້ພໍ່ແມ່ພີ່ນ້ອງໄດ້ຊົມໃຊ້ສິນຄ້າ ບໍລິການມາດຕະຖານສາກົນໃນລາຄາທີ່ທຸກທ່ານສາມາດເປັນເຈົ້າຂອງໄດ້. ຂອບໃຈ.