ການເຊັນສັນຍາໄດ້ຈັດຂື້ນໃນ ວັນພະຫັດ ທີ່ຜ່ານມາ ລະຫວ່າງ ປະທານບໍລິສັດ ມະນີຍົມ ໂອໂຕ ກຣຸບ ທານ ສຸກສະໜອນ ສີຫາເທບ ແລະ Mr. Jun Song ຜູ້ຈັດການທົ່ວໄປຂອງ Geely Automative International Corporation ໂດຍມີຄະນະກໍາມະການຈາກທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພະຍານ. ຂໍຕົກລົງນີ້ຈະຊ່ວຍໃຫ້ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ສາມາດສຸກຍູ້ຄວາມເຂັມແຂງໃຫ້ກັບທຸລະກິດລົດ ດ້ວຍຄວາມຮ່ວມມືກັບແບຣນລົດອັນດັບ 1 ຂອງ ສປ ຈີນ ເຊິ່ງຈະຊ່ວຍເພີມຄວາມສາມາດໃນການແຂ່ງຂັນໃນຕະລາດລົດ ຂອງ Manignom Group ໃນປີ 2021 ລວມທັງສະເໜີທາງເລືອກໃຫມ່ໃຫ້ກັບຜູ້ທີ່ສົນໃຈໃນ ນະວັດຕະກຳລົດໃຫມ່ ແລະ ປະສົບການດ້ານການເຄື່ອນໄຫວທີ່ເໜືອຄວາມຄາດໜາຍ. ການເຊັນສັນຍາໃນຄັ້ງນີ້ຈະເຮັດໃຫ້ Manignom Group ສາມາດຂະຫຍາຍທຸລະກິດຈຳໜ່າຍຂາຍລົດສ່ວນບຸກຄົນໃນ ສປປ ລາວ ນອກຈາກການເປັນຕົວແທນຈຳໜ່າຍ ແຕ່ພຽງຜູ້ດຽວໃນ ສປປ ລາວ ສຳລັບ ກຸ່ມບໍລິສັດ…